ກ່ຽວກັບພວກເຮົາ

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ CS ENERGY CO.,LTD

ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE), ສ້າງຕັ້ງຂຶ້ນ ໃນວັນທີ 16 ມີນາ 2016, ເປັນບໍລິສັດ ພັດທະນາພະລັງງານ ຊັ້ນນໍາໃນ ສປປ ລາວ ທີ່ອຸທິດຕົນ ເພື່ອສະໜອງພະລັງງານສະອາດ, ໜ້າເຊື່ອຖື ແລະ ຍືນຍົງ ດ້ວຍມາດຕະຖານ ແລະ ຄວາມໄວ້ວາງໃຈສູງ.

ພວກເຮົາມຸ່ງໝັ້ນ ທີ່ຈະສ້າງອະນາຄົດ ຂອງອຸດສາຫະກຳພະລັງງານໃນລາວ ແລະ ສ້າງໂລກໃຫ້ດີຂຶ້ນ ຜ່ານການລົງທຶນທີ່ມີແຜນຍຸດທະສາດ ໃນໂຄງການພະລັງງານນ້ຳ ແລະ ພະລັງງານໝູນວຽນອື່ນໆ ທີ່ສະໜັບສະໜູນການເຕີບໂຕຂອງປະເທດ ພ້ອມສ້າງຊີວິດໃຫ້ດີຂຶ້ນ ເພື່ອໃຫ້ສອດຄ່ອງຕາມນະໂຍບາຍ ຂອງລັດຖະບານ ແລະ ຜົນຕອບຮັບໄລຍະຍາວ ຕາມແຜນທີ່ກຳນົດໄວ້.

ທຸລະກິດພວກເຮົາ

ພວກເຮົາດຳເນີນທຸລະກິດພະລັງງານໄຟຟ້າລາຍໃຫຍ່ໃນ ສປປ ລາວ

ທຸລະກິດຫຼັກຂອງບໍລິສັດພວກເຮົາ ແມ່ນການພັດທະນາ, ກໍ່ສ້າງ ແລະ ດໍາເນີນໂຄງການທີ່ຫຼາກຫຼາຍ ຂອງພະລັງງານໝຸນວຽນ ໂດຍເນັ້ນໃສ່ ພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານແສງຕາເວັນ ດ້ວຍການປະຕິບັດຕາມມາດຕະຖານການບໍລິຫານຈັດການລະດັບສາກົນ. ພວກເຮົາສະໜອງພະລັງງານ ທີ່ໄດ້ຮັບຄວາມໜ້າເຊື່ອຖື ທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງມີບົດບາດສໍາຄັນ ໃນການປະກອບສ່ວນ ສ້າງຄວາມໝັ້ນຄົງດ້ານພະລັງງານ ໃຫ້ແກ່ ສປປ ລາວ ແລະ ປະເທດເພື່ອນບ້ານ.

ຄວາມຍືນຍົງ

ຄວາມເອົາໃຈໃສ່ຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ

ພວກເຮົາມຸ່ງໝັ້ນ ຍຶດຖືຫຼັກການສໍາຄັນ ຂອງ CSE3 ຢ່າງ ຄື: “C=Clean (ສະອາດ), S=Sustainable (ຍືນຍົງ), E=Empowered (ສ້າງຄວາມເຂັ້ມແຂງ)”.

ເພື່ອຂັບເຄື່ອນການປ່ຽນແປງ ດ້ານພະລັງງານຢ່າງແທ້ຈິງ ດັ່ງລຸ່ມນີ້:

1) ການສ້າງພະລັງງານສະອາດ:

ພວກເຮົາມຸ່ງເນັ້ນ ນໍາໃຊ້ຊັບພະຍາກອນ ພະລັງງານໝຸນວຽນ ຢ່າງມີປະສິດທິພາບ ເພື່ອຫຼຸດການປ່ອຍ ກາສຄາບອນ ແລະ ສະໜອງພະລັງງານສະອາດ ໃຫ້ຄົນຮຸ່ນໃໝ່ ແລະ ຮຸ່ນຕໍ່ໆໄປ.

2) ແນວທາງການປະຕິບັດແບບຍືນຍົງ:

ພວກເຮົາຮ່ວມກັນຮັບຜິດຊອບ ຕໍ່ການອະນຸລັກ, ປົກປັກຮັກສາສິ່ງແວດລ້ອມ ໃນທຸກຂະບວນການ ດຳເນີນທຸລະກິດ ຂອງອົງກອນ ເພື່ອຮອງຮັບຄວາມສົມດຸນ ຂອງລະບົບນິເວດ ຄຽງຄູ່ກັບການສ້າງຄຸນຄ່າທາງດ້ານເສດຖະກິດ ໃນໄລຍະຍາວ.

3) ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ:

ພວກເຮົາສົ່ງເສີມການເຂົ້າເຖິງພະລັງງານຢ່າງສະເໝີພາບ, ເປີດໂອກາດໃນການສ້າງອາຊີບໃຫ້ແກ່ຊຸມຊົນ ແລະ ການຮ່ວມມືໃນໄລຍະຍາວ ຊຸກຍູ້ຄວາມກ້າວໜ້າຮ່ວມກັນ ຢ່າງຍືນຍົງ.

ການລົງທຶນ

ຜູ້ຖືຮຸ້ນ ແລະ ຄູ່ຮ່ວມທຸລະກິດ

ຂ່າວສານ ແລະ ກິດຈະກຳ

ຂ່າວ ແລະ ກິດຈະກຳຫຼ້າສຸດ

ສະໝັກງານ

ພວກເຮົາກຳລັງຊອກຫາຜູ້ທີ່ມີຄວາມສາມາດ

ຖ້າທ່ານມີຄວາມກະຕືລືລົ້ນໃນການເຮັດວຽກ ແລະ ສາມາດເຮັດວຽກເປັນສະມາຊິກທີມໄດ້, ສະໝັກເຂົ້າມາເປັນສ່ວນໜຶ່ງຂອງເຮົາໄດ້