ວິໃສທັດ, ພາລະກິດ ແລະ ຄຸນຄ່າ
ວິໄສທັດ
ມຸ່ງໝັ້ນທີ່ຈະເປັນຜູ້ນຳດ້ານພະລັງງານສະອາດ ເພື່ອສ້າງອະນາຄົດທີ່ດີກວ່າ
ພາລະກິດ
ພວກເຮົາຂັບເຄື່ອນດ້ວຍນະວັດຕະກຳ, ຄວາມມຸ່ງໝັ້ນ ແລະ ຄວາມເປັນເລີດ ດ້ວຍການປະສົມປະສານ ແນວຄວາມຄິດທີ່ມີຍຸດທະສາດ, ຊັບພະຍາກອນທີ່ມີຄຸນນະພາບ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອສະໜອງ ພະລັງງານສະອາດ ປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ ສ້າງມູນຄ່າທີ່ຍືນຍົງໃຫ້ແກ່ຄູ່ຮ່ວມ, ຊຸມຊົນ ແລະ ຜູ້ຖືຮຸ້ນທຸກພາກສ່ວນ ພ້ອມທັງສ້າງພະລັງຂັບເຄື່ອນອະນາຄົດໃຫ້ດີຂຶ້ນ ດ້ວຍພະລັງງານສະອາດ.
ຄຸນຄ່າ
- ດຳເນີນງານຢ່າງມີຈັນຍາບັນ: ພວກເຮົາມຸ່ງໝັ້ນໃນການດຳເນີນທຸລະກິດ ໃຫ້ສອດຄ່ອງກັບນະໂຍບາຍ ດ້ານພະລັງງານ ຂອງ ສປປ ລາວ, ພ້ອມທັງ ປັບຕົວ ຢ່າງຕັ້ງໜ້າ ໃຫ້ທັນກັບກະແສ ຂອງເສດຖະກິດ ແລະ ທຸລະກິດໂລກ
- ຄວາມເປັນເລີດດ້ານຄຸນນະພາບ: ພວກເຮົາມຸ່ງໝັ້ນທີ່ຈະພັດທະນາ ກໍ່ສ້າງ ແລະ ດໍາເນີນໂຄງການພະລັງງານໝຸນວຽນ ລະດັບໂລກ ໂດຍຍຶດໝັ້ນຕາມມາດຕະຖານທີ່ມີຄຸນນະພາບສູງສຸດ
- ຄວາມຍືນຍົງ ແລະ ຄວາມຮັບຜິດຊອບ: ພວກເຮົາໃຫ້ຄວາມສຳຄັນ ແລະ ມຸ່ງໝັ້ນ ທີ່ຈະຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ພ້ອມທັງ ເພີ່ມຜົນປະໂຫຍດທາງບວກ ແລະ ຄວາມຍືນຍົງ ໃຫ້ແກ່ບັນດາໂຄງການຕ່າງໆຂອງພວກເຮົາ ເພື່ອຊຸມຊົນ ແລະ ປະເທດຊາດ
- ບຸກຄະລາກອນ ແລະ ການເຕີບໂຕ: ພວກເຮົາສົ່ງເສີມສະພາບແວດລ້ອມໃນການເຮັດວຽກ ໃຫ້ມີການຮ່ວມມື ແລະ ເຄົາລົບເຊິ່ງກັນ ແລະກັນ ໂດຍສ້າງຄຸນຄ່າ, ຄວາມເຂັ້ມແຂງ, ເປີດໂອກາດເພື່ອການເຕີບໂຕ ແລະ ພັດທະນາ ສັກກາຍະພາບ ຂອງບຸກຄະລາກອນ ຢ່າງຕໍ່ເນື່ອງ
- ຄວາມຍືນຍົງທາງດ້ານການເງິນ: ພວກເຮົາທຸ້ມເທໃນການສ້າງຄຸນຄ່າທາງການເງິນໄລຍະຍາວ ຜ່ານການດຳເນີນທຸລະກິດ ຢ່າງມີປະສິດທິພາບ, ການລົງທຶນແບບມີຍຸດທະສາດ ແລະ ການບໍລິຫານຈັດການທາງດ້ານການເງິນຢ່າງມີຄວາມຮັບຜິດຊອບສູງ.
- ການຮ່ວມມືກັບຄູ່ຮ່ວມທຸລະກິດ: ພວກເຮົາເຊື່ອວ່າການຮ່ວມມືກັນຢ່າງໃກ້ຊິດ ແລະ ເຂັ້ມແຂງ ຄືຫົວໃຈສໍາຄັນໃນການສ້າງຄວາມສໍາເລັດຮ່ວມກັນ, ຊ່ວຍສົ່ງເສີມນະວັດຕະກຳ ແລະ ຂັບເຄື່ອນການເຕີບໂຕ ຢ່າງຍືນຍົງ ໃນໄລຍະຍາວ.