-- ທຸລະກິດພວກເຮົາ
ພວກເຮົາດຳເນີນທຸລະກິດພະລັງງານໄຟຟ້າລາຍໃຫຍ່ໃນ ສປປ ລາວ
ທຸລະກິດຫຼັກຂອງບໍລິສັດພວກເຮົາ
ແມ່ນການພັດທະນາ, ກໍ່ສ້າງ
ແລະ ດໍາເນີນໂຄງການທີ່ຫຼາກຫຼາຍ ຂອງພະລັງງານໝຸນວຽນ ໂດຍເນັ້ນໃສ່ ພະລັງງານໄຟຟ້ານໍ້າຕົກ
ແລະ ພະລັງງານແສງຕາເວັນ ດ້ວຍການປະຕິບັດຕາມມາດຕະຖານການບໍລິຫານຈັດການລະດັບສາກົນ.
ພວກເຮົາສະໜອງພະລັງງານ ທີ່ໄດ້ຮັບຄວາມໜ້າເຊື່ອຖື ທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງມີບົດບາດສໍາຄັນ ໃນການປະກອບສ່ວນ ສ້າງຄວາມໝັ້ນຄົງດ້ານພະລັງງານ ໃຫ້ແກ່
ສປປ ລາວ ແລະ ປະເທດເພື່ອນບ້ານ.