
30 ເມສາ 2025
ກິລາສ້າງຄົນ ຄົນສ້າງທີມ! ເພື່ອເຕົ້າໂຮມຄວາມສາມັກຄີ ພາຍໃນອົງກອນ ພ້ອມທັງ ສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ, ໃນວັນທີ 30 ເມສາ 2025 ທີ່ຜ່ານມາ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE), ຈຶ່ງໄດ້ຈັດກິດຈະກຳແຂ່ງຂັນ ຕີດອກປີກໄກ່ ມິດຕະພາບ ຊາຍ, ຍິງ, ຄູ່ປະສົມ ຂຶ້ນທີ່ເດີ່ນກິລາ ທະນົງອາດ, ນະຄອນຫຼວງວຽງຈັນ. ເຊີ່ງບັນຍາກາດເຕັມໄປດ້ວຍສຽງເຊຍ, ຮອຍຍິ້ມ ແລະ ຄວາມເບີກບານມ່ວນຊື່ນ.























